ໃນໄລຍະຜ່ານມາ ກໍຄືປະຈຸບັນ ບໍລິສັດ ລັດວິສາຫະກິດ ໄປສະນີລາວ ດຳເນີນການບໍລິການດ້ານໄປສະນີ ຕອບສະໜອງຮັບໃຊ້ສັງຄົມທົ່ວໄປ ສ້າງລາຍຮັບໃຫ້ແກ່ກິດຈະການ ແລະ ມອບພັນທະເຂົ້າງົບປະມານແຫ່ງຊາດ ໄດ້ເປັນຢ່າງດີ ແລະ ປະຕິບັດຕໍ່ເນື່ອງ ເຊີ່ງທັງໝົດເຫຼົ່ານັ້ນ ມັນໄດ້ສະແດງອອກຄື :
- ການກຳນົດ ຄ່າທຳນຽມ ໃນການຮັບຝາກ ແລະ ຄ່າຕ່າງໆ ແມ່ນອີງໃສ່ລະບຽບຫຼັກການ ຂອງອົງການສະຫະພາບໄປສະນີສາກົນ ໃນການຈັດຕັ້ງປະຕິບັດ ແລະ ລາຄາຖືກກ່ວາພາກສ່ວນເອກະຊົນອື່ນ ທີ່ບໍລິການໃນລັກສະນະດຽວກັນ.
- ມີເຄື່ອຂ່າຍ ບໍລິການຮັບຝາກ ຈັດສົ່ງ ແລະ ແຈກຢາຍ ກ້ວາງຂວາງ ທັງພາຍໃນ ແລະ ທຸກປະເທດໃນໂລກ.
- ຍ້ອນມີການຮ່ວມມື, ປະສານສົມທົບວຽກງານ ແລະ ສັນຍາຜູກພັນ ກັບພາກສ່ວນຂົນສົ່ງ ທາງພາກພື້ນ ແລະ ທາງອາກາດ ຕ່າງຝາຍຕ່າງໄດ້ຮັບຜົນປະໂຫຍດ.
- ຍ້ອນມີລະບຽບຂໍ້ກຳນົດ ທາງດ້ານວິຊາສະເພາະເປັນບ່ອນອີງ ເພື່ອຜັນຂະຫຍາຍ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງ.
ເພື່ອເຮັດໃຫ້ ເສດຖະກິດ ຂອງ ປະເທດ ມີການເຕີບໃຫຍ່ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ນັບແຕ່ສູນກາງລົງຮອດ ທ້ອງຖີ່ນ. ໃນນັ້ນແມ່ນການຈໍລະຈອນ ແຈກຢາຍເຄື່ອງຂອງສີນຄ້າ ໃຫ້ໄປຮອດໄປເຖີງ ຈຸດໝາຍປາຍທາງ ອັນເປັນການຕອບສະໜອງ ຄວາມຮຽກຮ້ອຕ້ອງການ ຂອງສັງຄົມ.