ຂະໜາດຊອງຈົດໝາຍ
-
ຂະໜາດສູງສຸດ
- ກ້ວາງ, ຍາວ ແລະ ໜາ ບວກເຂົ້າກັນບໍ່ໃຫ້ເກີນ 900 ມມ ແຕ່ດ້ານຍາວ ບໍ່ເກີນ 600 ມມ (ລຸດລື່ນໄດ້ ບໍ່ເກີນ 2 ມມ)
- ຖ້າເປັນກໍ້ດ້ານຍາວບວກກັບ 2 ເທົ່າ ຂອງເສັ້ນຜ່າໃຈກາງບໍ່ໃຫ້ເກີນ 1.040 ມມ ແຕ່ດ້ານຍາວບໍ່ໃຫ້ ເກີນ 900 ມມ (ຄາດເຄື່ອນໄດ້ ບໍ່ເກີນ 2 ມມ)
-
ຂະໜາດຕ່ຳສຸດ
- ບໍ່ ຕ່ຳກວ່າ 90 x 140 ມມ (ຄາດເຄື່ອນໄດ້ ບໍ່ເກີນ 2 ມມ)
- ຖ້າເປັນກໍ້ ດ້ານຍາວ ບວກກັນ 2 ເທົ່າ ຂອງເສັ້ນຜ່າໃຈກາງບໍ່ໃຫ້ລຸດ 170 ມມ. ແຕ່ດ້ານຍາວບໍ່ໃຫ້ລຸດ100 ມມ (ຄາດເຄື່ອນໄດ້ ບໍ່ເກີນ 2 ມມ)
ນ້ຳໜັກ ຂອງ ຈົດໝາຍ
- ນ້ຳໜັກສູງສຸດ ບໍ່ໃຫ້ເກີນ 2 ກິໂລກຣາມ
- ສີ່ງພິມມີນ້ຳໜັກເກີນ 2 ກິໂລກຣາມ ຈະບໍ່ຮັບຝາກເປັນຈົດໝາຍເວັ້ນແຕ່ນ້ຳໜັກໃນສ່ວນທີ່ເກີນ ນັ້ນເປັນນ້ຳໜັກ ຂອງ ສະແຕມ ແລະ ໃບຕອບຮັບ ຫຼື ໃບອະນຸຍາດພິເສດຈາກ ປນລ.
ການຫຸ້ມຫໍ່
ຈົດໝາຍຕ້ອງຫຸ້ມຫໍ່ຕາມຫຼັກການແລ້ວແມ່ນຕ້ອງໃສ່ໃນຊອງຈົດໝາຍປິດສະນິດ ຫຼື ເປັນລັກສະນະຮູບສີ່ຫຼ່ຽມຍາວຈະເປັນຫໍ່ເຄື່ອງ ຫຼື ຈົດໝາຍ ກໍ່ໄດ້ຖ້າປິດສະນິດ.
ການຂຽນ ຈ່າໜ້າຊອງ
- ຕ້ອງຂຽນດ້ວຍນ້ຳມຶກ ຫຼື ບິກສີຟ້າ ຫຼື ສີດຳ ຫຼື ຕີພິມດ້ວຍໜັງສືຕົວໃຫຍ່ແຈ່ມແຈ້ງອ່ານອອກດີ.
- ຈົດໝາຍພາຍ ໃນປະເທດ: ໃຫ້ຂຽນເປັນພາສາລາວ ຫຼື ຝຣັ່ງ ອັງກິດກໍ່ໄດ້ ຫຼື ຈະຂຽນເປັນພາສາ ລາຕິນ ແລະ ເລກອາລັບກໍ່ໄດ້ .
ຈົດໝາຍ ຕ່າງປະເທດ
ໃຫ້ຂຽນເປັນພາສາ ຝຣັ່ງ ຫຼື ອັງກິດ ຫຼື ຈະຂຽນເປັນພາສາປະເທດປາຍທາງ ກໍ່ໄດ້ແຕ່ສຳຄັນ ຊື່ປະເທດປາຍທາງຕ້ອງຂຽນເປັນພາສາ ຝຣັ່ງ ຫຼື ອັງກິດ.