V2014.01_20140430

ວິໄສທັດ ແລະ ພາລະບົດບາດ

ວຽກງານໄປສະນີ ແມ່ນວຽກງານໜຶ່ງ ທີ່ມີຄວາມສຳຄັນ ໃນການຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ ແລະ ລັດ ໂດຍການປະກອບສ່ວນເຂົ້າໃນ ການຮັບໃຊ້ 4 ຂົງເຂດວຽກງານຄື :

  • ໜ້າທີ່ການເມືອງຂອງ ພັກ-ລັດ.
  • ການພັດທະນາວຽກເສດຖະກິດ.
  • ດ້ານວຽກງານ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
  • ດ້ານວຽກງານ ວັດທະນາທຳ ແລະ ສັງຄົມ.

ເພື່ອເຮັດໃຫ້ ເສດຖະກິດ ຂອງ ປະເທດ ມີການເຕີບໃຫຍ່ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ນັບແຕ່ສູນກາງລົງຮອດ ທ້ອງຖີ່ນ. ໃນນັ້ນແມ່ນການຈໍລະຈອນ ແຈກຢາຍເຄື່ອງຂອງສີນຄ້າ ໃຫ້ໄປຮອດໄປເຖີງ ຈຸດໝາຍປາຍທາງ ອັນເປັນການຕອບສະໜອງ ຄວາມຮຽກຮ້ອຕ້ອງການ ຂອງສັງຄົມ.