V2014.01_20140430

ບໍລິການຮັບຝາກ ແລະ ເບີກຈ່າຍມັງດາ ໂທລະສານ (Fax) ພາຍໃນປະເທດ.

ລາຍລະອຽດ:

• ການບໍລິການ ຮັບຝາກມັງດາ ( ມັງດາ ແຟັກ )
ມັງດາ Fax ໝາຍເຖິງການໂອນເງິນໂດຍທາງ ໂທລະສານ ຫຼື ດ້ວຍລະບົບອີເຫຼັກໂທນິກ ຈາກຫ້ອງການ ໄປສະນີແຫ່ງໜຶ່ງ ເພື່ອໄປເບີກຈ່າຍເປັນເງິນສົດ ຢູ່ຫ້ອງການ ໄປສະນີອີກແຫ່ງໜຶ່ງ ໂດຍບໍ່ຕ້ອງໄດ້ສົ່ງເງິນສົດໄປພ້ອມ. ການຝາກເງິນທາງມັງດາ Fax ແມ່ນຕ້ອງຮັບປະກັນໃຫ້ໄດ້ຄວາມໄວ, ຄວາມປອດໄພ ເພື່ອສາມາດນຳສົ່ງ ແລະ ເບີກຈ່າຍໃຫ້ແກ່ຜູ້ຮັບ ທັນເວລາໃຫ້ສົມກັບຄຳວ່າ ດ່ວນ, ທັງນີ້ກໍ່ແມ່ນການ ສ້າງຄວາມເຊື່ອໝັ້ນແກ່ລູກຄ້າ.

ເງື່ອນໄຂຂອງການບໍລິການ

ການບໍລິການມັງດາ Fax ເປົ້າໝາຍແມ່ນໂອນເງິນຫາຫ້ອງການໄປສະນີຊັ້ນ II (ໄປສະນີເມືອງ) ທີ່ບໍ່ມີເຄື່ອຄ່າຍການເຊື່ອມຕໍ່ລະບົບຄອມພິວເຕີ້. ແລະ ຫ້ອງການ ໄປສະນີ ທີ່ຢູ່ຫ່າງໄກສອກຫຼີກ, ໂດຍລູກຄ້າຂຽນໃສ່ແບບຟອມ J.1 bis ຄື: ຊື່ ແລະ ນາມສະກຸນ ແລະ ທີ່ຢູ່ຜູ້ຮັບ, ຈຳນວນເງິນຝາກເປັນຕົວເລກ ແລະ ເປັນຕົວໜັງສື ແລ້ວລົງຊື່ໃສ່.

ຄ່າທຳນຽມ:

• ຝາກສົ່ງສູງສຸດໄດ້ບໍ່ເກີນ 5,000,000 ກີບ/ສະບັບ
ວົງເງິນຝາກແຕ່ 100,000 ຄິດຄ່າທຳນຽມບໍລິການແມ່ນ 9,000 ກີບ
ແຕ່ 100,001 ຫາ 500,000 ຄິດແຕ່ຄ່າທຳນຽມບໍລິການ 19,000 ກີບ
ແຕ່ 500,001 ຫາ 1,000,000 ຄິດແຕ່ຄ່າທຳນຽມບໍລິການ 29,000 ກີບ
ແຕ່ 1,000,001 ຫາ 3,000,000 ຄິດແຕ່ຄ່າທຳນຽມບໍລິການ 49,000 ກີບ
ແຕ່ 3,000,001 ຫາ 5,000,000 ຄິດແຕ່ຄ່າທຳນຽມບໍລິການ 64,000 ກີບ
ແຕ່ 5,000,001 ຫາ 10,000,000 ຄິດແຕ່ຄ່າທຳນຽມບໍລິການ 104,000 ກີບ