ເມດ່ວນພິເສດ (Express Mail Service)
ເມດ່ວນພິເສດ ໝາຍເຖິງ ການບໍລິການຝາກສົ່ງສ່ິງຂອງຕ່າງໆ ເຊັ່ນ : ຂ່າວສານ, ເອກສານ ທຸລະກິດການຄ້າ, ສິ່ງພິມ, ຕົວຢ່າງສິນຄ້າ, ສິນຄ້າ ແລະ ອຶ່ນໆ ທີ່ຝາກສົ່ງ ຕາມລະບຽບຫຼັກການ ແລະ ເງື່ອນໄຂທີ່ທາງໄປສະນີ ໄດ້ກຳນົດໄວ້.


ຂະໜາດ ແລະ ນ້ຳໜັກ.
ອີງຕາມຂໍ້ຕົກລົງກັນກັບ ແຕ່ລະປະເທດປາຍທາງ ແຕ່ຄວາມຍາວຈະບໍ່ ເກີນ 1,50 ແມັດ.
-
ຂະໜາດຢ່າງສູງ:
- L+W+H ບໍ່ເກີນ 90cm ແລະ L ບໍ່ເກີນ 60cm
- L ບໍ່ເກີນ 90cm ແລະ L+2W+2H ບໍ່ເກີນ 2m.
- L ບໍ່ເກີນ 1.50m ແລະ L+2W+2H ບໍ່ເກີນ 3m.
- L ບໍ່ເກີນ 1.50 m ແລະ L+2W+2H ບໍ່ເກີນ 2m.
- ຖ້າເປັນມ້ວນ, ກໍ້ L+2W ບໍ່ເກີນ 104cm ແລະ L ບໍ່ເກີນ 90cm
- L ບໍ່ເກີນ 1m ແລະ L+2W+2H ບໍ່ເກີນ 3m.
-
ຂະໜາດຢ່າງຕ່ຳ:
- L x W ບໍ່ຕ່ຳກ່ວາ 9 x14cm.
- ຖ້າເປັນມ້ວນ, ກໍ້ L+2 W ບໍ່ຕ່ຳກ່ວາ17cm ແລະ L ບໍ່ຕ່ຳກ່ວາ 10cm.
ນ້ຳໜັກ
ເວົ້າລວມແລ້ວນ້ຳໜັກສູງສຸດ ຂອງເມດ່ວນພິເສດ ຫລາຍປະເທດ ສາມາດຮັບໄດ້ 20 ກິໂລ. ແຕ່ສຳຫລັບ ບາງປະເທດກໍ່ສາມາດ ຮັບໄດ້ເຖິງ 30 ກິໂລ ຫລື 31.5 ກິໂລ. ທັງນີ້ແມ່ນຂື້ນຢູ່ກັບ ການຕົກລົງໃນສັນຍາ ທີ່ສອງປະເທດໄກ້ເຊັນກັນ, ປະຈຸບັນ ໄປສະນີລາວ ໄດ້ມີການແລກປ່ຽນ ເມດ່ວນພິເສດ ກັບຕ່າງປະເທດ ແບບໂດຍກົງ 74 ປະເທດ ແລະ ແບບສົ່ງຜ່ານ 29 ປະເທດ(ສົ່ງຜ່ານ ປະເທດໄທ).
ວິທີການຄິດໄລ່ ຄ່າບໍລິການເມດ່ວນພິເສດ ສຳຫຼັບພາຍໃນປະເທດ ແມ່ນເກັບເອົາລາຄາດຽວ ເອກະພາບກັນ ເຊີ່ງຂຶ້ນກັບນ້ຳໜັກ, ສວ່ນຕ່າງປະເທດ ແມ່ນລາຄາຈະແຕກຕ່າງກັນ ອີງຕາມແຕ່ລະ ປະເທດປາຍທາງ (ເຊີ່ງຈັດເປັນເຂດ I ຮອດ VIII) ແລະ ອີງໃສ່ນ້ຳໜັກຕົວຈິງ.