V2014.01_20140430

ຊອງຈົດຫມາຍ

ຊອງຈົດໝາຍນອກຈາກເປັນຊອງທົ່່່່ວໄປແລ້ວ ໄປສະນີລາວຍັງໄດ້ຜະລິດຊອງອອກມາຫຼາຍຂະໜາດ, ຫຼາຍຮູບແບບທັງຊອງທຳມະດາ ແລະ ຊອງກັນແຕກ ເພຶ່ອຕອບສະໜອງລູກຄ້າໃຫ້ສາມາດເລືອກນຳໃຊ້ຕາມຄວາມເໝາະສົມ ເຊີ່ງແຕ່ລະຮູບແບບ ປະກອບມີຕົວຢ່າງຄື:

  • ຊອງຈົດໝາຍທົ່ວໄປ
  • ຊອງຈົດໝາຍທີ່ ປນລ ຜະລິດ
  • ຊອງຈົດໝາຍອາກາດ(Aerogramme)

    ຄືໄປສະນີພັນຊະນິດຈົດໝາຍທີ່ໃຊ້ສໍາລັບ ຝາກສົ່ງທາງອາກາດ ລະຫວ່າງປະເທດ ໂດຍຊຳລະຄ່າທຳນຽມ ໄປສະນີ ໃນອັດຕາພິເສດ (ລາຄາດຽວຕາຍຕົວ) ມີລັກສະນະເປັນແຜ່ນເຈັ້ຽຂຽນຈົດໝາຍພັບເປັນຊ່ອງໄດ້ໃນຕົວ, ການຈັດພິມແມ່ນໃຊ້ເຈັ້ຽທີ່ມີຄຸນນະພາບດີ (ໜຽວ) ສີຟ້າອອ່ນ, ມີຂະໜາດ 100 X 175 ມມ.