ໄປສະນີພັນ ແມ່ນບັນດາສີ່ງຂອງທີ່ສົ່ງທາງໄປສະນີ ແຕ່ຈຸດນື່ງໄປຫາຈຸດນື່ງ, ຊື່ງຜູ້ຝາກຈະນຳໄປຝາກທີ່ ຫ້ອງການໄປສະນີ ຫຼື ປ່ອນໃສ່ ຫີບປ່ອນຈົດໝາຍຕາມທາງກໍ່ໄດ້ ຕາມເງື່ອນໄຂຂອງແຕ່ລະຊະນິດ ມີນ້ຳໜັກ ສູງສຸດ ບໍ່ໃຫ້ເກີນ 2 ກິໂລກຣາມ ຕໍ່ໜື່ງຊອງ ຫຼື ຫໍ່ ແລະ ຕ້ອງໄດ້ເສຍຄ່າທຳນຽມ ເປັນສະແຕມໄປສະນີ ຕິດແຕ່ລະອັນ. ໄປສະນີພັນ ໄດ້ຈັດແບ່ງ ອອກເປັນ 5 ສະນິດ ຄື:
- ຈົດໝາຍ (Letter)
- ໄປສະນີບັດ (Post Card)
- ສີ່ງພິມ (Printed matter) (ລວມທັງໜັງສືພີມ, ວາລະສານ, ປື້ມອ່ານ ແລະ ສີ່ງພີມອື່ນໆ..)
- ສີ່ງຂອງເປັນຫໍ່ນ້ອຍ (Small Packet)
- ເຄື່ອງອ່ານ ສຳຫຼັບຄົນຕາບອດ (Reader for Blind)
ວິທີຄິດໄລ່ຄ່າບໍລິການ ໄປສະນີ ລັດວິສາຫະກິດ ໄປສະນີລາວ ແລະ ສະຫະພາບ ໄປສະນີສາກົນ ໄດ້ກຳນົດ ອັດຕາຄ່າຮັບຝາກສີ່ງຂອງ ສົ່ງທາງໄປສະນີ ພາຍໃນປະເທດ ແລະ ຕ່າງປະເທດ ມີທັງ ທາງພາກພື້ນ ແລະ ທາງອາກາດ . ໄວ້ບໍ່ເທົ່າກັນ ຊື່ງຈະຕ້ອງຂື້ນຢູ່ກັບ ປະເທດ ປາຍທາງ ແລະເຂດສົ່ງ ລວມທັງສີ່ງຂອງທີ່ຜູ້ຝາກນຳມາຝາກນັ້ນ, ວ່າເປັນໄປສະນີພັນສະນິດໃດ ແລະ ຕ້ອງອີງຕາມ ຂະໜາດ ແລະ ນ້ຳໜັ້ກ ເພາະໄປສະນີພັນ ແຕ່ລະຊະນິດ ນັ້ນຄ່າຮັບຝາກ ຈະແຕກຕ່າງກັນ ແລະ ໄດ້ແບ່ງອອກເປັນ 2 ຢ່າງຄື: ໄປສະນີພັນ ພາຍໃນປະເທດ ທາງອາກາດ (ມີຂໍ້ກຳນົດ ກ່ຽວກັບລາຄາຄ່າບໍລິການ ຢູ່ໃນຕາຕະລາງ ລາຄາຄ່າຝາກ ແລະ ປະຕິບັດລາຄາດຽວ ເອກະພາບກັນ ທົ່ວປະເທດ), ໄປສະນີພັນ ຕ່າງປະເທດ ທາງອາກາດ ແລະ ທາງພາກພື້ນ (ມີຂໍ້ກຳນົດ ກ່ຽວກັບລາຄາຄ່າບໍລິການ ຢູ່ໃນຕາຕະລາງ ລາຄາຄ່າຝາກ ຊື່ງຂຶ້ນກັບນ້ຳໜັກ ຕາມແຕ່ລະທະວີບ ທີ່ແຕກຕ່າງກັນ ຂອງ ແຕ່ລະປະເທດ ປາຍທາງ).