V2014.01_20140430

ພັດສະດຸ ພາຍໃນ ແລະ ຕ່າງປະເທດ

ພັດສະດຸໄປສະນີ ໝາຍເຖິງ ຫີບຫຼືຫໍ່ໃຫ່ຍ ບັນຈຸສິ່ງຂອງ ຕົວຢ່າງສິນຄ້າ ຫຼືສິນຄ້າ ຊຶ່ງຝາກສົ່ງຕາມລະບຽບ ແລະເງື່ອນໄຂ ຂອງພັດສະດຸໄປສະນີ, ຮັບຝາກໄດ້ ນ້ຳໜັກຫຼາຍສຸດ 30 Kg, ມີຂະໜາດໃຫ່ຽກວ່າໄປສະນີພັນ. ເວລາຝາກ ມີເອກະສານ CP-72 ແລະ CN-23 ນຳສົ່ງຕິດຕາມໄປກັບຫໍ່ພັດສະດຸ, ຫ້າມບັນຈຸຈົດໝາຍສ່ວນຕົວ ແລະສິ່ງຂອງທີ່ຕ້ອງຫ້າມ ຂາອອກ-ຂາເຂ້າ

ຫໍ່ພັດສະດຸ ມີ 2 ປະເພດ ຄື: (1) ພັດສະດຸທຳມະດາ, (2) ຫໍ່ພັດສະດຸພິເສດ. ຫໍ່ພັດສະດຸທຳມະດາໝາຍເຖີງ ຫໍ່ທີ່ຝາກໄປມາຫາກັນ ລະຫວ່າງຜູ້ຝາກ ແລະຜູ້ຮັບ ໃນລັກສະນະທຳມະດາ ຊຶ່ງໃນເວລາຝາກ ຜູ້ຝາກຕ້ອງປະຕິບັດຕາມລະບຽບ ແລະ ຈ່າຍຄ່າຝາກສົ່ງ ໃຫ້ຄົບຖ້ວນ ຕາມແຕ່ລະຊະນິດ ໂດຍທາງພາກພື້ນ ຫຼື ທາງອາກາດ. ສ່ວນຫໍ່ພັດສະດຸພິເສດ ແມ່ນໝາຍເຖີງ ການຝາກສົ່ງ ໃນລັກສະນະພິເສດ ເຊັ່ນ: ຫໍ່ພັດສະດຸຄ້ຳປະກັນ: ໝາຍເຖີງການຝາກສິ່ງຂອງສິນຄ້າ ປະເພດທີ່ມີຄ່າ ລາຄາແພງ ໂດຍມີການແຈ້ງລາຄາສິ່ງຂອງ ໃສ່ຫີບຫຼືຫໍ່ຢ່າງຈະແຈ້ງ ແລະ ຈ້ຳກາ Insurance ໃສ່ ເພື່ອໃຫ້ຫ້ອງການໄປສະນີທີ່ກ່ຽວຂ້ອງຮັບຮູ້. ຖ້າມີການສູນຫາຍ ລັດຖະການໄປສະນີທີ່ກ່ຽວຂ້ອງ ຕ້ອງຮັບຈາຍຄ່າຄ້ຳປະກັນ ຕາມວົງເງີນ ທີ່ຮັບປະກັນໄວ້ທັງໝົດ ຕາມລະບຽບ.

ການແບ່ງຂັ້ນນ້ຳໜັກ ແລະ ຂະໜາດ ຫໍ່ພັດສະດຸໄປສະນີ ພາຍໃນຕ່າງປະເທດ ທາງພາກພຶ້ນ ແລະ ທາງອາກາດ ຮັບຝາກໄດ້ສູງສຸດ 30 ກິໂລ ແຕ່ສຳຫຼັບຕາງປະເທດ ມີບາງປະເທດ ຮັບໄດ້ 10 ກິໂລ ຫຼື 20 ກິໂລເທົ່ານັ້ນ ( ເບີ່ງຕາມ CP-81 ແລະ CP-82 ) ສ່ວນຂະໜາດ ຂອງ ຫໍ່ພັດສະດຸ ໄດ້ແຍກອອກເປັນ ສອງ ກໍລະນີ, ຄື:

  • ກໍລະນີ 1: (ຫໍ່ພັດສະດຸ ສົ່ງທາງພາກພື້ນ)
    • ລວງຍາວ, ບໍ່ເກີນ...................................................................................:1.50 ແມັດ
    • ທຸກດ້ານລວມກັນ ໂດຍບໍ່ນັບລວງຍາວ ຂອງຂ້າງທີ່ແທກແລ້ວ ເຂົ້ານຳ ເທົ່າກັບ = 3.00 ແມັດ
  • ກໍລະນີ 2: (ຫໍ່ພັດສະດຸ ສົ່ງທາງອາກາດ)
    • ລວງຍາວ, ບໍ່ເກີນ...................................................................................: 1.05 ແມັດ
    • ທຸກດ້ານລວມກັນ ໂດຍບໍ່ນັບລວງຍາວ ຂອງຂ້າງທີ່ແທກແລ້ວ ເຂົ້ານຳ ເທົ່າກັບ = 2.00 ແມັດ