ການຮັບຝາກ: ເປີດບໍລິການຮັບຝາກ ດ້ານບໍລິການໄປສະນີ ໃຫ້ມວນຊົນທົ່ວໄປ ໄດ້ນຳໃຊ້ ຢ່າງທົ່ວເຖິງ ແລະ ມີຄວາມສະດວກ ສະບາຍເຊັ່ນ: ການຝາກ ຈົດໝາຍ, ໄປສະນີບັດ, ຂອງຕີພິມ, ສິ່ງຂອງເປັນຫໍ່ນ້ອຍ, ຫໍ່ພັດສະດຸ ໄປສະນີ ແລະ ໄປສະນີດ່ວນພິເສດ ທັງພາຍໃນ ແລະ ຕ່າງປະເທດ
ການຈັດສົ່ງ: ວຽກງານການຈັດສົ່ງ ນອກຈາກນຳໃຊ້ ລົດຂົນສົ່ງຖົງເມ ຂອງ ໄປສະນີລາວ ທີ່ເປັນຂອງຕົນເອງແລ້ວ ແມ່ນນຳໃຊ້ ພາຫະນະ ຂອງ ເອກະຊົນ ແລະ ບໍລິສັດ ລັດວິສາຫະກິດ ເຊັ່ນ: ນຳໃຊ້ລົດໂດຍສານ ຢູ່ຕາມຄິວສາຍເໜືອ ແລະ ສາຍໃຕ້, ນຳໃຊ້ລົດເມ ສຳຫຼັບທາງພາກພື້ນ,. ນຳໃຊ້ສາຍການບິນລາວ ສຳຫຼັບທາງອາກາດ ພາຍໃນປະເທດ, ສ່ວນການສົ່ງຖົງເມທາງອາກາດ ໄປຕ່າງປະເທດ ແມ່ນນຳໃຊ້ ສາຍການບິນລາວ QV ແລະ ສາຍການບິນໄທ TG. ສຳຫຼັບທາງພາກພື້ນ ແມ່ນສົ່ງຜ່ານຂົວມິດຕະພາບ ຫາ ອຸດອນທານີ ແລ້ວສົ່ງຫາ ບາງກອກ ປະເທດໄທ ເພື່ອສົ່ງຕໍ່ຫາ ແຕ່ລະປະເທດປາຍທາງ ທີ່ກ່ຽວຂ້ອງ, ເຊີ່ງການຂົນສົ່ງທັງໝົດເຫຼົ່ານັ້ນ ແມ່ນເລືອກໃຊ້ໃຫ້ມີຄວາມສະດວກ, ມີໄລຍະເວລາສັ້ນເຂົ້າ, ຊັດເຈນ, ວ່ອງໄວ ປອດໄພ ແລະ ຮັບປະກັນການຕົກເຮ່ຍເສຍຫາຍ.
ການແຈກຢາຍ: ວຽກງານການແຈກຢາຍ ແມ່ນສາມາດກຳນົດເປັນມາດຕະຖານ ແຕ່ລະພື້ນທີ່ຢ່າງຄັກແນ່ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນ ໄລຍະເວລາ ຂອງການສົ່ງ ລະຫວ່າງຕົ້ນທາງ ຫາ ປາຍທາງ ແລະ ໄລຍະເວລາ ຂອງການແຈກຢາຍ ໃນແຕ່ລະຂອບເຂດ ພື້ນທີ່ ຂອງ ບັນດາເມືອງ ແຂວງ ແລະ ອື່ນໆ... ເຊີ່ງຮູບແບບ ຂອງການແຈກຢາຍປະກອບມີ: ແຈກຢາຍຢູ່ກັບຫ້ອງການໄປສະນີ ຕາມປ່ອງບໍລິການເຄົາເຕີ, ແຈກຢາຍໃສ່ຕູ້ໄປສະນີ, ແຈກຢາຍຕາມສະຖານທີ່ຢູ່ຂອງຜູ້ຮັບ ເຊັ່ນ: ບ້ານເຮືອນ ສຳນັກງານ ອົງການ ຫ້າງຮ້ານ ຫຼື ບໍລິສັດ ລັດວິສາຫະກິດຕ່າງໆ.