ສະແຕມໄປສະນີ ແຕ່ລະຊຸດທີ່ຈັດພິມຂື້ນ ມີຄຸນຄ່າຢູ່ທີ່ຮູບພາບຕ່າງໆ ທີ່ປາກົດ ໃນສະແຕມແຕ່ລະດວງ ຊື່ງລ້ວນແລ້ວແຕ່ເປັນພາບທີ່ມີຄວາມໝາຍ ສະທ້ອນໃຫ້ເຫັນເຖິງ ປະຫວັດສາດ, ສິນລະປະ, ວັດທະນາທຳ ແລະ ຂະນົບທຳນຽມ ຮີດຄອງປະເພນີ ເຫດການສຳຄັນ ປະຫວັດສາດຂອງຊາດ ຕະຫຼອດເຖີງ ກິດຈະກຳສຳຄັນ ແລະຄວາມຈະເລີນກ້າວໜ້າ ຂອງ ປະເທດນັ້ນໆ. ໜ້າທີ່ ຂອງສະແຕມໄປສະນີ ວັດຖຸປະສົງເບື້ອງຕົ້ນ ຂອງການ ອອກແບບ ແລະຈັດພິມ ສະແຕມໄປສະນີ ແຕ່ລະຊຸດ ມີຄວາມສອດຄ່ອງ ກັບຄວາມ ຈຳເປັນ ເພື່ອໃຊ້ເປັນເຄື່ອງສະແດງ ການຊຳລະ ຄ່າທຳນຽມ ບໍລິການ ໄປສະນີ.
ສະແຕມສະສົມ ການຈັດພິມແມ່ນໄດ້ມີຮູບແບບສີສັນ ຄວາມສວຍງາມ ເພື່ອໃຫ້ໄດ້ຄຸນ ນະພາບ ແລະ ຄວາມໝາຍຂອງພາບ ກໍມີຄວາມຖືກຕ້ອງຕາມແບບຕ່າງໆ ເຊີ່ງຕອບສະໜອງ ຕໍ່ການໃຊ້ງານ ແລະ ນັກສະສົມທີ່ນິຍົມເກັບສະສົມສະແຕມ ເປັນກິດ ຈະກຳຍາມວ່າງ.
ໃນປີ 1952 ໄປສະນີລາວ ໄດ້ເຂົ້າຮ່ວມເປັນພາຄີ ຫຼື ເຂົ້າເປັນສະມາຊິກ ຂອງ ສະຫະພາບ ໄປສະນີສາກົນ Universal Postal Union ຫຼື ເອີ້ນຫຍໍ້ວ່າ "UPU" ການຜະລິດ ໄດ້ພັດທະນາຂື້ນຢ່າງໄວວາ ກ່ຽວກັບສະແຕມສະສົມ ຊື່ງມີບົດບາດ ຫຼາຍຂື້ນໃນສາຍຕາຂອງ ຊາວໂລກ ແລະ ເປັນການໂຄສະນາເຜີຍແຜ່ສື່ສຽງ ຂອງປະເທດ ໃນດ້ານ ຕ່າງໆ ເຮັດໃຫ້ນັກສະສົມ ສະແຕມ ຫັນມານິຍົມສະແຕມລາວ ຢ່າງຈິງຈັງ ແລະ ກວ້າງຂວາງ ແຜ່ຫຼາຍຂຶ້ນ.
ສະແຕມໄປສະນີລາວ ພິມອອກແຕ່ລະຊຸດ ມີຊື່ປະເທດ ເປັນພາສາລາວ ແລະ ພາສາ ສາກົນ, ຊື່ຊຸດສະແຕມ, ລາຄາດວງສະແຕມ ພ້ອມບັນຈຸຸຄຳວ່າ " POSTES " ໃນກອບຮູບສະແຕມ ມີຊື່ປະເທດເປັນຕົວໜັງສືລາວ ແລະ ຕົວເລກ ອາລະບິກ ສະແດງເຖີງລາຄາ ສະແຕມ ປະກອບຢູ່ໃນຮູບສະແຕມ ເພື່ອໃຫ້ໃຊ້ໄດ້ທັງພາຍໃນ ແລະ ຕ່າງປະເທດ
ສະແຕມໄປສະນີລາວ ໄດ້ພັດທະນາຂື້ນ ຕາມລຳດັບ ແລະ ໄດ້ເລີ່ມໃຫ້ມີການຜະລິດສະແຕມ ເປັນທີ່ລະລືກໃນວາລະຕ່າງໆ ສະແຕມໄປສະນີ ສ່ວນຫຼາຍ ແມ່ນໃຫ້ຕ່າງປະເທດ ເປັນຜູ້ຈັດພິມໃຫ້ ເປັນຕົ້ນແມ່ນ ກອ່ນປີ 1975 ແມ່ນໃຫ້ປະເທດຝລັ່ງຈັດພິມ ຕໍ່ມາ ປະເທດ ເຢັຍລະມັນ, ປະເທດ ກຸຍບາ, ປະເທດ ຫວຽດນາມ, ແລະ ປະເທດໄທ.
ສຳຫຼັບຄວາມສຳຄັນ ຊື່ງຄວນຮັກສາ ແລະ ເພື່ອການສຶກສາຄົ້ນຄ້ວາ ແລະ ເພື່ອການສະສົມ, ດັ່ງນັ້ນ ການສະສົມ ສະແຕມໄປສະນີ ປຽບເໝືອນ ການລວບລວມ ຄວາມຮູ້ກ່ຽວກັບເລື່ອງລາວຕ່າງໆ ຂອງແຕ່ລະຊົນຊາດ ເຮັດໃຫ້ຮັບຮູ້ ຢ່າງກ້ວາງຂວາງ.